­
MrJazsohanisharma
DEO-XAYABOULY

ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫຼັງ ຢູ່ແຂວງໄຊຍະບູລີ ໂດຍການຮ່ວມມືລະຫວ່າງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ

 

ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫຼັງ ຢູ່ແຂວງໄຊຍະບູລີ ໂດຍການຮ່ວມມືລະຫວ່າງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ


ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມ 2 ຫຼັງ ຢູ່ແຂວງໄຊຍະບູລີ ໂດຍການຮ່ວມມືລະຫວ່າງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ພວງແກ້ວ ລັງສີ ຮອງປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານ ລິວ ເຈິງຈົ່ງ ຮອງເລຂາທິການກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ້ອງຂ້ອງ, ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ, ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຕາງໜ້າໃຫ້ແກ່ອົງການປົກຄອງແຂວງ ໄດ້ກ່າວຮູ້ສຶກເປັນກຽດ ແລະ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ຄະນະຜູ້ແທນກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ແລະ ຄະນະຜູ້ແທນສັນຕິພາບ ແລະ ສາມັກຄີ ຂອງລາວ ພ້ອມດ້ວຍຄະນະຜູ້ແທນທີ່ມາຈາກຄະນະພົວພັນຕ່າງປະເທດ ສູນກາງພັກ ທີ່ໄດ້ເສຍສະຫຼະເວລາອັນມີຄຸນຄ່າມາຮ່ວມພິທີມອບ-ຮັບໂຮງຮຽນປະຖົມຢູ່ແຂວງໄຊຍະບູລີ 2 ແຫ່ງຄື ໂຮງຮຽນປະຖົມບ້ານບຸ່ງເມືອງໄຊຍະບູລີ ແລະ ໂຮງຮຽນພູຟ້າມີໄຊເມືອງພຽງ ໃນຄັ້ງນີ້. ໃນໂຄງການສົ່ງເສີມເພື່ອນໃນແລວເສັ້ນທາງສາຍໄໝນີ້ສະແດງອອກໄມຕີຈິດມິດຕະພາບ ແລະ ການຮ່ວມມືຮອບດ້ານຂອງຄູ່ຮ່ວມສະຕາກໍາ ແລະ ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານລາວ, ຈຶ່ງໄດ້ສ້າງເງື່ອນໄຂໃຫ້ ຄະນະຜູ້ແທນກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ, ຜູ້ແທນ ຄະນະສັນຕິພາບ ແລະ ສາມັກຄີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ສະແດງຄວາມຂອບໃຈ ມາຍັງສອງອົງການຈັດຕັ້ງສັນຕິພາບ ແລະ ການພັດທະນາ ລາວ ແລະ ຈີນ ທີ່ໄດ້ເລືອກ ແຂວງໄຊຍະບູລີ ແລະ ໃຫ້ການສະໜັບສະໜູນການກໍ່ສ້າງໂຮງຮຽນ 2 ຫຼັງດັ່ງກ່າວ. ແຂວງໄຊຍະບູລີກໍ່ເປັນແຂວງໜຶ່ງທີ່ຍັງມີຄວາມຕ້ອງການ ແລະ ຈໍາເປັນໃນການພັດທະນາພື້ນຖານໂຄງລ່າງການສຶກສາ, ປະຈຸບັນໂຮງຮຽນບາງແຫ່ງຫ້ອງຮຽນແມ່ນບໍ່ພຽງພໍ, ໂຮງຮຽນຈໍານວນໜຶ່ງແມ່ນບໍ່ໄດ້ມາດຕະຖານ, ເປັນໂຮງຮຽນເຄິ່ງຖາວອນ ເຊັ່ນຕົວຢ່າງໂຮງຮຽນປະຖົມບ້ານບຸ່ງແຫ່ງນີ້ ມີນັກຮຽນທັງໝົດ 148 ນ້ອງ, ຍິງ 79 ນ້ອງ, ຄູ 9 ທ່ານ, ຂັ້ນອະນຸບານມີຢູ່ 2 ຂັ້ນ, ລວມ 33 ນ້ອງ, ຍິງ 15 ນ້ອງ, ເຫັນວ່າໂຮງຮຽນອະນຸບານຍັງຂາດຂັ້ນອະນຸບານ 1, ໃນຄວາມຈິງແລ້ວ ອະນຸບານຕ້ອງມີທັງໝົດ 3 ຂັ້ນ, ນໍາໃຊ້ຫ້ອງຮຽນ 3 ຫ້ອງ, ປະຖົມມີ 5 ຂັ້ນຮຽນນໍາໃຊ້ 5 ຫ້ອງຮຽນ, ໃຊ້ເປັນຫ້ອງສະໜຸດ 1 ຫ້ອງ, ຫ້ອງການຄູ 1 ຫ້ອງ ແລະ ຫ້ອງການໂຮງຮຽນອະນຸບານ 1 ຫ້ອງ ເຫັນວ່າຍັງບໍ່ພຽງພໍ, ປະຈຸບັນໂຮງຮຽນແຫ່ງດັ່ງກ່າວນີ້ ແມ່ນໄດ້ກໍ່ສ້າງເປັນຫຼັງໃໝ່ສໍາເລັດ ຈາກທຶນຊ່ວຍເຫຼືອຂອງ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ພ້ອມດ້ວຍຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ, ໃນປະຈຸບັນນີ້ພວກເຮົາໄດ້ນໍາໃຊ້ອາຄານໃໝ່ເປັນໂຮງຮຽນປະຖົມຄົບຊຸດ ແລະ ຈະນໍາໃຊ້ອາຄານຫຼັງເກົ່າເປັນໂຮງຮຽນອະນຸບານທັງໝົດ, ສ່ວນອາຄານໂຮງຮຽນອະນຸບານແມ່ນໄດ້ທຸບມ້າງອອກເນື່ອງຈາກຊຸດໂຊມຫຼາຍ. ການສະໜັບສະໜູນສ້າງໂຮງຮຽນ ປະຖົມບ້ານບຸ່ງ ເມືອງໄຊຍະບູລີ ແລະ ໂຮງຮຽນປະຖົມພູຟ້າມີໄຊເມືອງພຽງ ໃນເທື່ອນີ້ ຈະສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ ຄູອາຈານ ແລະ ນັກຮຽນພາຍໃນບ້ານດັ່ງກ່າວ ແລະ ບັນດາບ້ານອ້ອມຂ້າງຈໍານວນຫຼາຍຮ້ອຍນ້ອງທີ່ຈະມີເງື່ອນໄຂໄດ້ຮັບການສຶກສາທີ່ດີຂຶ້ນ. ໃນນາມຕາງໜ້າການນໍາແຂວງໄຊຍະບູລີ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ພັກລັດ ແລະ ປະຊາຊົນຈີນ ໂດຍສະເພາະແມ່ນກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນທຶນສ້າງພື້ນຖານໂຄງລ່າງ ດ້ານ ການສຶກສາ, ເຊິ່ງຖືກຕ້ອງສອດຄ່ອງກັບນະໂຍບາຍການພັດທະນາຂອງແຂວງໄຊຍະບູລີ ທີ່ຍາມໃດກໍ່ຖືສຳຄັນການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ເປັນບູລິມະສິດຕົ້ນຕໍ ໃນການປະກອບສ່ວນ ສ້າງສາພັດທະນາ ແຂວງໄຊຍະບູລີ ກ່ໍຄືປະເທດຊາດ.ພາຍຫຼັງໄດ້ຮັບໂຮງຮຽນສອງຫຼັງແຫ່ງນີ້ແລ້ວ ພວກເຮົາຈະນໍາໃຊ້ ແລະ ປົກປັກຮັກສາສິ່ງທີ່ພວກທ່ານໄດ້ໃຫ້ການຊ່ວຍເຫຼືອນັ້ນ ເກີດຜົນປະໂຫຍດສູງສຸດ ແລະ ພວກເຮົາຈະພະຍາຍາມສິດສອນລູກຫຼານຂອງພວກເຮົາທີ່ນອນໃນເຂດບໍລິການໂຮງຮຽນ 2 ແຫ່ງນີ້ໃຫ້ເຂົາເຈົ້າໄດ້ເຂົ້າຮຽນຢ່າງສະໜໍ່າສະເໝີ ແລະ ມີອະນາຄົດທີ່ດີໃນມື້ໜ້າ. ການກໍ່ສ້າງໂຮງຮຽນປະຖົມ 5 ຫຼັງຢູ່ 3 ແຂວງ ປະກອບມີ ໂຮງຮຽນປະຖົມບ້ານບຸ່ງ ເມືອງໄຊຍະບູລີ, ປະຖົມບ້ານພູຟ້າມີໄຊ ເມືອງພຽງ ແຂວງໄຊຍະບູລີ, ໂຮງຮຽນປະຖົມບ້ານແມດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ໂຮງຮຽນປະຖົມບ້ານບຶງຂາມ ເມືອງສາລະວັນ ແລະ ໂຮງຮຽນບ້ານນາກົກຕານ ເມືອງວາປີ ແຂວງສາລະວັນ ມູນຄ່າການກໍ່ສ້າງທັງໝົດ 527.000$ ໂດຍແມ່ນທຶນສະໜັບສະໜູນຈາກມູນນິທິຈີນເພື່ອສັນຕິພາບ ແລະ ພັດທະນາ ເຊິ່ງແມ່ນບໍລິສັດຄໍາແສງທິບ ເປັນຜູ້ຮັບເໝົາກໍ່ສ້າງ ໂຮງຮຽນປະຖົມທັງ 5 ຫຼັງ ເປັນອາຄານຊັ້ນດຽວ ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ໂຄງຫຼັງຄາເຫຼັກ, ມຸງດ້ວຍກະເບື້ອງ, ມີຂະໜາດ 9x25 ແມັດ, ມີ 5 ຫ້ອງຮຽນ, 1 ຫ້ອງການ, 1 ຫ້ອງສະໝຸດ, ຫ້ອງນໍ້າ 1 ຫຼັງ ພ້ອມເຟີນິເຈີຄົບຊຸດ ໄຟຟ້າ ນໍ້າປະປາ. ຈາກນັ້ນ ທ່ານ ລິວ ເຈິງຈົ່ງ ຮອງເລຂາທິການກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ກໍ່ໄດ້ມີຄໍາເຫັນ ແລະ ກ່າວມອບໂຮງຮຽນຫຼັງດັ່ງກ່າວ ແລະ ຂຶ້ນກ່າວຮັບໂດຍທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ພ້ອມດຽວກັນນີ້ ຄະນະປະທານພ້ອມດ້ວຍແຂກເຂົ້າຮ່ວມຍັງໄດ້ພ້ອມກັນຕັດແຖບຜ້າ, ປ່ອຍໝາກປຸມເປົາຮັບເອົາໂຮງຮຽນຫຼັງດັ່ງກ່າວຢ່າງເປັນທາງການ.
Post a Comment (0)
Previous Post Next Post
DEO-XAYABOULY

Opening Ceremony Asean Tourism Forum (ATF) 2023