­
MrJazsohanisharma
DEO-XAYABOULY

ມືອງ ໄຊຍະບູລີຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນມໍ4 ສົກຮຽນ 2023-2024

 

ມືອງ ໄຊຍະບູລີຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນມໍ4 ສົກຮຽນ 2023-2024

ໃນຕອນເຊົ້າວັນທີ 11 ມິຖຸນາ 2024 ນີ້ເມືອງ ໄຊຍະບູລີແຂວງ ໄຊຍະບູລີ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນມໍ4 ທົ່ວເມືອງສົກຮຽນ 2023-2024ຂື້ນທີສູນສອບເສັງໂຮງຮຽນມັດທະຍົມສົມບູນ ເອກະພາບ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຕັດຫົວບົດສອບເສັງຂອງທ່ານນາງ ພິລາວັນ ອົງແກ້ວ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ໄຊຍະບູລີ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ປະທານຄະນະກຳມະການສອບເສັງຂັ້ນເມືອງ, ມີ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນມໍ4 ທົ່ວເມືອງ ໄຊຍະບູລີ ສົກຮຽນ 2023-2024 ໄດ້ແບ່ງອອກເປັນ 5 ສູນສອບເສັງຄື: ສູນສອບເສັງ ໂຮງຮຽນ ມສ ເອກະພາບ, ສູນສອບເສັງໂຮງຮຽນ ມໍຕົ້ນມິດຕະພາບ, ສູນສອບເສັງໂຮງຮຽນ ມສ ນາຕາກ, ສູນສອບເສັງໂຮງຮຽນ ມສ ພັດທະນາ ແລະ ສູນສອບເສັງໂຮງຮຽນມສ ສົງ, ມີ 40 ຫ້ອງສອບເສັງ, ມີນັກສອບເສັງທັງໝົດ 981 ນ້ອງ, ຍິງ 427 ນ້ອງ, ວິຊາທີສອບເສັງມີ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາສາດທຳມະຊາດ, ວິຊາວິທະຍາສາດສັງຄົມ, ວິຊາຄະນິດສາດ ແລະ ວິຊາພາສາອັງກິດ ການສອບເສັງໃນຄັ້ງນີ້ແມ່ນຈະໃຊ້ເວລາ 3 ວັນຈື່ງສຳເລັດ.

Post a Comment (0)
Previous Post Next Post
DEO-XAYABOULY

Opening Ceremony Asean Tourism Forum (ATF) 2023